ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຕ້ອນຮັບຜູ້ບັນຊາການເຫຼົ່າທັບບົກ ພາກໃຕ້ ສປ ຈີນ ເຂົ້າຢ້ຽມຂໍານັບ


    ວັນທີ 24 ພຶດສະພາ 2023ນີ້, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັັກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍານັບຂອງ ສະຫາຍ ພົນໂທ ຫູຈົງສຽງ ຜູ້ບັນຊາ ການເຫຼົ່າທັບບົກ, ຮອງຜູ້ບັນຊາການເຂດສູ້ຮົບພາກໃຕ້ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຕິດຕາມການຊ້ອມຮົບລາວ-ຈີນ “ໂລ້ກໍາບັງມິດຕະ ພາບ 2023”. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນ ໂທ ຫູຈົງສຽງ ພ້ອມຄະນະ ເຊິ່ງເປັນການປະກອບສ່ວນອັນສໍາຄັນນຳເອົາຜົນປະໂຫຍດໃຫ້ແກ່ວຽກງານການຮ່ວມມືຊ່ວຍເຊິ່ງກັນ ແລະ ກັນຂອງ ສອງກອງທັບ ລາວ-ຈີນ, ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງຊາດ, ສອງກອງທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຕິດຕາມການຊ້ອມຮົບລາວ-ຈີນ “ໂລ້ກໍາບັງມິດຕະພາບ 2023” ຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ເຊິ່ງແມ່ນອີກບາດກ້າວໜຶ່ງໃນ ການປະສານງານການຮ່ວມມື ທີ່ສອງພັກ-ສອງລັດ ກໍຄື 2 ກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ. ໂອກາດດຽວກັນ, ສະຫາຍພົນໂທ ຫູຈົງສຽງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມໄດ້ຕີລາຄາສູງຕໍ່ໝາກຜົນຂອງ ການຮ່ວມມືສອງກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮັບຊາບ, ໂດຍສອງຝ່າຍຈະພະຍາຍາມສຸດຄວາມສາມາດເພື່ອ ພ້ອມກັນປົກປັກຮັກສາເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ 2 ຊາດ, 2 ກອງທັບ ຈີນ-ລາວ, ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ສາກົນ.

ແຫຼ່ງທີ່ມາ:ບຸນ​ຊ້ອຍ
ວັນທີ 29/05/2023